ເງື່ອນໄຂ ແລະ ຂໍ້ກຳນົດ

Terms & Conditions


ເງື່ອນໄຂ ແລະ ຂໍ້ກຳນົດ

ບໍລິສັດ ຊັກແຊດສມໍ ບີອິ້ງ ຈຳກັດ (ມະຫາຊົນ) ຍິນດີຕ້ອນຮັບຜູ້ໃຊ້ບໍລິການທຸກທ່ານເຂົ້າສູ່ເວ໊ບໄຊຕ໌ຊຶ່ງຢູ່ໃນຄວາມເບິ່ງແຍງຂອງບໍລິສັດ ໂດຍເວບໄຊຕ໌ນີ້ຈະໃຫ້ບໍລິການຂໍ້ມູນ, ຂ່າວສານ ແລະ / ຫຼື ບົດຄວາມປະເພດຕ່າງໆ ແກ່ຜູ້ໃຊ້ບໍລິການພາຍໃຕ້ເງື່ອນໄຂ ແລະ ຂໍ້ກຳນົດ ດັ່ງຕໍ່ໄປນີ້

ຜູ້ໃຊ້ບໍລິການອິນເທີຣ໌ເນັດທຸກທ່ານຮັບຊາບວ່າ ການເຂົ້າເວ໊ບໄຊຕ໌ນີ້ຕະຫຼອດຈົນການເປີດໜ້າເວບຕ່າງໆທີ່ຢູ່ໃນເວ໊ບໄຊຕ໌ນີ້ ແລະ ຍອມຮັບຂໍ້ກຳນົດ ແລະ ເງື່ອນໄຂໃນການໃຫ້ບໍລິການຂອງບໍລິສັດທຸກປະການ ແລະ ທ່ານຮັບຊາບວ່າເວ໊ບໄຊຕ໌ຂອງບໍລິສັດນີ້ ເປັນພຽງສື່ກາງໃນການໃຫ້ຂໍ້ມູນຂ່າວສານແກ່ຜູ້ໃຊ້ບໍລິການເທົ່ານັ້ນ ຫາກທ່ານບໍ່ຕົກລົງ ຫຼື ປະຕິເສດທີ່ຈະຜູກພັນຕາມຂໍ້ຕົກລົງ ແລະ ເງື່ອນໄຂໃດໆ ຂໍຄວາມກະລຸນາທ່ານຢຸດຕິການເຂົ້າຊົມ ແລະ ໃຊ້ງານເວ໊ບໄຊຕ໌ນີ້

1. ຊັບສິນທາງປັນຍາ

ບັນດາຂໍ້ມູນ, ຂໍ້ຄວາມ, ເນື້ອຫາ, ຮູບພາບ, ວີດີໂອສຽງ, ໂລໂກ້, ໂປຣແກຼມທາງຄອມພິວເຕີ ແລະ / ຫຼື ສ່ວນໃດສ່ວນໜຶ່ງຂອງເວ໊ບໄຊຕ໌ນີ້ ຫຼື ພາບກຣາບຟິກທັງຫຼາຍ ໄດ້ຮັບການອອກແບບໂດຍບໍລິສັດ ຊຶ່ງໄດ້ຮັບການຄຸ້ມຄອງຕາມກົດໝາຍ ສົນທິສັນຍາລະຫວ່າງປະເທດ ແລະ / ຫຼື ສິດຄວາມເປັນເຈົ້າຂອງອື່ນໆ ແລະ ຕາມກົດໝາຍຂອງປະເທດໄທ ແລະ ຂອງປະເທດອື່ນ ແຕ່ບໍ່ຈຳກັດສະເພາະ ລິຂະສິດ, ເຄື່ອງໝາຍການຄ້າ, ເຄື່ອງໝາຍບໍລິການ, ຊື່ທາງການຄ້າ, ຖານຂໍ້ມູນ, ຄວາມລັບທາງການຄ້າ, ສິດທິບັດ, ໂນວ໌ຮາວ (Know how), ຖານຂໍ້ມູນຂອງລູກຄ້າ, ຂໍ້ມູນສ່ວນບຸກຄົນຂອງທ່ານ ແລະ ສິດທິໃນຄວາມເປັນເຈົ້າຂອງບໍ່ວ່າໃນຮູບແບບໃດໆ ກໍ່ຕາມຯລຯ ຊຶ່ງເປັກຳມະສິດ, ລິຂະສິດ, ສິດທິ ແລະ ຊັບສິນຂອງບໍລິສັດ

ຄຳວ່າບໍລິສັດ ລວມເຖິງເຄື່ອງໝາຍ ແລະ ຊື່ສິນຄ້າ ຖືເປັນເຄື່ອງໝາຍການຄ້າ ຫຼື ຊື່ທາງການຄ້າ ຫຼື ເຄື່ອງໝາຍບໍລິການຂອງບໍລິສັດ ສຳຫຼັບບັນດາເຄື່ອງໝາຍການຄ້າ, ຊື່ທາງການຄ້າ, ເຄື່ອງໝາຍບໍການ, ຊື່ສິນຄ້າ ແລະ ເຄື່ອງໝາຍອື່ນໆ ທັງໝົດເຊິ່ງປາກົດໃນເວ໊ບໄຊຕ໌ນີ້ໃຊ້ເພື່ອຕົບແຕ່ງຮູບລັກສະນະຂອງເວບໄຊຕ໌ ແລະ ເພື່ອປະໂຫຍດຂອງເຈົ້າຂອງເຄື່ອງໝາຍ ຫຼື ສິນຄ້ານັ້ນໆ ໂດຍການໃຊ້ດັ່ງກ່າວ, ບໍ່ມີຄວາມຕັງໃຈເພື່ອກະທຳການໃດໆ ອັນເປັນການລະເມິດສິດທິໃນເຄື່ອງໝາຍການຄ້າເວັ້ນແຕ່ມີຂໍ້ຄວາມລະບຸໄວ້ເປັນຢ່າງອື່ນໃນເວ໊ບໄຊຕ໌

ທ່ານຕົກລົງ ແລະ ຮັບຊາບວ່າ ເວ໊ບໄຊຕ໌ບໍລິສັດເປັນພຽງສື່ກາງໃນການເຜີຍແຜ່ຂ່າວສານ ແລະ/ຫຼື ບົດຄວາມແກ່ຜູ້ໃຊ້ບໍລິການເທົ່ານັ້ນ ໃນກໍລະນີທີ່ເກີດຂໍ້ຜິດຜາດໃດໆໃນທາງກົດໝາຍ ທ່ານຕົກລົງສະຫຼະສິດຮຽກຮ້ອງໃນການດຳເນີນຄະດີໃດໆ ບໍ່ວ່າທາງແພ່ງ ຫຼື ອາຍາ ຕໍ່ບໍລິສັດ ແລະ/ຫຼື ກຳມະການຂອງບໍລິສັດ

2. ການໃຊ້ບໍລິການ

ບັນດາຂໍ້ມູນ ຫຼື ໄຟລ໌ ຫຼື ເອກະສານທີ່ປະກົດໃນເວ໊ບໄຊຕ໌ນີ້ ທ່ານຕົກລົງ ແລະ ຍອມຮັບວ່າ ຜູ້ໃຊ້ເວ໊ບໄຊຕ໌ມີສິດພຽງແຕ່ເຂົ້າເບິ່ງ, ດາວໂຫຼດ, ອັບໂຫຼດເນື້ອຫາ ແລະ ພິມເນື້ອຫາດັ່ງກ່າວ, ເພື່ອການໃຊ້ເປັນປະໂຫຍດສ່ວນຕົວ ແລະ ມີວັດຖຸປະສົງທີ່ຖືກຕ້ອງຕາມກົດໝາຍພາຍໃຕ້ຂໍ້ກຳນົດ ແລະ ເງື່ອນໄຂສະບັບນີ້ທີ່ລະບຸໄວ້ໃນເວ໊ບໄຊຕ໌ນີ້ເທົ່ານັ້ນ ແລະ ຈະບໍ່ໃຊ້ເວ໊ບໄຊຕ໌ນີ້ເພື່ອປະໂຫຍດໃນທາງການຄ້າ ຫຼື ປະໂຫຍດອື່ນໃດທີ່ຂັດຕໍ່ກົດໝາຍ ແລະ ສິນລະທຳອັນດີຂອງປະຊາຊົນ ຫຼື ໃຊ້ເວ໊ບໄຊຕ໌ນີ້ເປັນຊ່ອງທາງໃນການຫຼອກລວງ ຫຼື ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ບຸກຄົນໃດ ໂດຍຜູ້ໃຊ້ເວ໊ບໄຊຕ໌ຕົກລົງທີ່ຈະເກັບບັນດາຂໍ້ມູນເຊິ່ງກ່ຽວກັບການສະແດງເຖິງລິຂະສິດ ແລະ ສິດທິໃນຄວາມເປັນເຈົ້າຂອງອື່ນໃດທີ່ປາກົດໃນເວ໊ບໄຊຕ໌ນີ້ໄວ້ດ້ວຍ ໂດຍຜູ້ໃຊ້ເວ໊ບໄຊຕ໌ຕ້ອງບໍ່ເຮັດສຳເນົາ ຫຼື ຈັດເກັບ ຫຼື ດາວໂຫຼດຂໍ້ມູນບໍ່ວ່າຈະໃນຮູບຂອງເອກະສານ ຫຼື ໃນຮູບແບບສື່ອີເລ໊ກທຣໍນິກສ໌ ສົ່ງ ໂອນ ຈັດເຮັດເຜີຍແຜ່, ພິມ, ເຮັດຊ້ຳ, ສ້າງງານທີ່ພັດທະນາ, ສະແດງ, ແຜ່ກະຈາຍ, ຈຳໜ່າຍ, ໃຫ້ສິທິ, ເຊົ່າ, ໃຫ້ເຊົ່າ ຫຼື ໂອນເນື້ອຫາໃດໆໃຫ້ແກ່ບຸກຄົນພາຍນອກບໍ່ວ່າຈະໃນທາງການຄ້າ ຫຼື ໄດ້ຮັບປະໂຫຍດ ຫຼື ໃນທາງອື່ນໃດໂດຍທີ່ບໍ່ໄດ້ຮັບຄວາມຍິນຍອມເປັນລາຍລັກອັກສອນລ່ວງໜ້າຈາກບໍລິສັດ. ນອກຈາກນີ້ ທ່ານຈະບໍ່ກະທຳການຢ່າງໃດຢ່າງໜຶ່ງບໍ່ວ່າຈະໃນຮູບຂອງເອກະສານ ຫຼື ໃນຮູບແບບສື່ອີເລ໊ກທຣໍນິກສ໌ ຫຼື ຮູບແບບໃດກໍ່ຕາມ ດັ່ງຕໍ່ໄປນີ້

  • ເຮັດຊໍ້າ, ຈັດພິມຂື້ນໃໝ່, ເຮັດສຳເນົາ, ດັດແປງ, ດາວໂຫລດ, ອັບໂຫລດ, ຕິດປະກາດ, ເຜີຍແຜ່, ຈັດເກັບ ຫຼື ເຮັດໃຫ້ປາກົດຕໍ່ສາທາລະນະ ຊຶ່ງງານອັນຜິດກົດໝາຍ ຫຼື ສິນລະທຳໂດຍບໍ່ໄດ້ຮັບອະນຸຍາດເປັນລາຍລັກອັກສອນຈາກບໍລິສັດກ່ອນລ່ວງໜ້າ
  • ການເຮັດລະເມີດລິຂະສິດໃນຊັບສິນທາງປັນຍາ ເຊັ່ນ: ລິຂະສິດ, ສິດທິບັດ, ເຄື່ອງໝາຍການຄ້າ, ຄວາມລັບທາງການຄ້າ ຫຼື ຊັບສິນທາງປັນຍາອື່ນໆ ຕາມທີ່ກົດໝາຍກຳນົດບໍ່ວ່າໂດຍວິທີການໃດ
  • ດາວໂຫຼດ, ອັບໂຫຼດ, ຕິດປະກາດ ຫຼື ກະທຳການໃດໆ ເພື່ອສະແຫວງຫາປະໂຫຍດໂດຍບໍ່ເໝາະສົມຈາກເນື້ອຫາ ຫຼື ຂໍ້ຄວາມ ງານໃດໆ ຈາກເວ໊ບໄຊຕ໌ນີ້ ໂດຍປາສະຈາກຄວາມຍິນຍອມເປັນລາຍລັກອັກສອນລ່ວງໜ້າຈາກບໍລິສັດ ແລະ/ຫຼື ຕັ້ງກະທູ້ ຫຼື ເຮັດໃຫ້ປາກົດຊຶ່ງຂໍ້ຄວາມທີ່ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ບໍລິສັດ, ສະມາຊິກຜູ້ໃຊ້ອິນເທີຣ໌ເນັດ ແລະ/ຫຼື ບຸກຄົນພາຍນອກ
  • ອັບໂຫຼດ, ຕິດປະກາດ, ສົ່ງອີເມລ໌ ຫຼື ດຳເນີນການອື່ນໃດອັນມີຜົນເຮັດໃຫ້ເປັນການລົບກວນ ຫຼື ແຊກແຊງການເຮັດວຽກຂອງລະບົບຄອມພິວເຕີໂດຍການສົ່ງໄວຣັສ (Virus) ຫຼື ໂປຣແກຣມຄອມພິວເຕີໃນຮູບແບບຕ່າງໆ ທີ່ອອກແບບມາເພື່ອຂັດຂວາງ, ທຳລາຍ, ຈຳກັດການເຮັດວຽກຂອງລະບົບຄອມພິວເຕິ ຫຼື ຄອມພິວເຕີຮາຣ໌ດແວຣ໌ ຫຼື ໂປຣແກຼມຊອບຕ໌ແວຣ໌ໃນການສື່ສານຂອງສະມາຊິກຂອງບໍລິສັດ ຫຼື ຜູ້ໃຊ້ບໍລິການອິນເທີຣ໌ເນັດ ຫຼື ບຸກຄົນພາຍນອກ
  • ໃຊ້ໂປຣແກຼມຄອມພິວເຕີຊອບຕ໌ແວຣ໌ ຂັດຂວາງແຊກແຊງການເຮັດວຽກ ຫຼື ໃຫ້ບໍລິການຂອງບໍລິສັດ ຫຼື ເຄື່ອງຄອມພິວເຕີ ແລະ ລະບົບຄອມພິວເຕີຂອງບຸກຄົນພາຍນອກ
  • ກະທຳການໃດໆ ອັນຂັດຕໍ່ປະກາດ ຫຼື ນະໂຍບາຍຂອງບໍລິສັດທີ່ລະບຸໄວ້ໃນຂໍ້ກຳນົດ ແລະ ເງື່ອນໄຂສະບັບນີ້ ແລະ/ຫຼື ການແກ້ໄຂເພີ່ມເຕີມຂໍ້ກຳນົດ ແລະ ເງື່ອນໄຂທີ່ບໍລິສັດຈະປະກາດ ຫຼື ກຳນົດຂື້ນພາຍຫຼັງ

ຫາກບໍລິສັດຊາບວ່າ ທ່ານດຳເນີນການຢ່າງໜຶ່ງຢ່າງໃດອັນເປັນການຂັດຕໍ່ຂໍ້ກຳນົດ ແລະ ເງື່ອນໄຂທີ່ກຳນົດໃນເວບໄຊຕ໌ນີ້ ບໍລິສັດມີສິດທີ່ຈະລະງັບການໃຫ້ບໍລິການແກ່ທ່ານໂດຍບໍ່ບອກກ່າວລ່ວງໜ້າ ແລະ/ຫຼື ອາດດຳເນີນການໃນທາງກົດໝາຍກັບທ່ານຕາມທີ່ບໍລິສັດເຫັນສົມຄວນທັນທີ

3. ການ​ຈຳ​ກັດ​ຄວາມ​ຮັບ​ຜິດ

ທ່ານຕົກລົງ ແລະ ຍອມຮັບວ່າ ບັນດາຂໍ້ມູນບາງສ່ວນທີ່ປາກົດໃນເວ໊ບໄຊຕ໌ນີ້ ຂໍ້ຄວາມດັ່ງກ່າວ, ເປັນຂໍ້ຄວາມທີ່ຂຽນ ຫຼື ເຮັດຂື້ນໂດຍບຸກຄົນພາຍນອກ ຫຼື ຜູ້ໃຊ້ບໍລິການເວັບໄຊຕ໌ບາງສ່ວນ ຊຶ່ງບໍ່ກ່ຽວຂ້ອງ ແລະ ຢູ່ໃນຄວາມຄວບຄຸມຂອງບໍລິສັດ ບໍ່ລິສັດບໍ່ມີຄວາມຮັບຜິດໃດໆ ທີ່ເກີດຈາກເນື້ອຫາ ຫຼື ຂໍ້ຄວາມດັ່ງກ່າວ, ບໍ່ວ່າຈະເປັນຄວາມເສຍຫາຍ, ການຟ້ອງຮ້ອງ, ຮຽກຮ້ອງ ຫຼື ກະທຳການລະເມີດໃດໆ ບໍ່ວ່າທາງແພ່ງ ຫຼື ທາງອາຍາ ອາຊະຍາກຳທາງຄອມພິວເຕີ ຫຼື ຄວາມຮັບຜິດໃດໆ ໃນທາງກົດໝາຍ ຊຶ່ງມີຜົນກະທົບຕໍ່ອຸປະກອນຄອມພິວເຕີ, ຊັບສິນ, ສິດທິ ຫຼື ຊັບສິນໃດໆ ທີ່ກ່ຽວຂ້ອງກັບທ່ານ ຫຼື ບຸກຄົນພາຍນອກ ບໍ່ວ່າຈະໂດຍຄວາມຜູກພັນຕາມສັນຍາ ລະເມິດຄວາມຮັບຜິດທາງອາຍາ ຫຼື ໂດຍປະການອື່ນໆ

ກໍລະນີເກີດຄວາມລ່າຊ້າ, ຜິດພາດ, ບໍ່ຖືກຕ້ອງຄົບຖ້ວນ, ຢຸດລະງັບ, ບໍ່ສາມາດເຂົ້າເຖິງລະບົບ ຫຼື ຂໍ້ມູນໃນເວ໊ບໄຊຕ໌ນີ້ອັນເນື່ອງມາຈາກຄວາມບົກຜ່ອງຂອງບຸກຄົນ ຫຼື ທາງອີເລ໊ກທຣໍນິກສ໌ ບໍລິສັດບໍ່ຮັບຮອງວ່າການເຂົ້າເຖິງ ແລະ ການໃຊ້ຂໍ້ມູນໃນເວ໊ບໄຊຕ໌ຈະເປັນໄປຢ່າງຕໍ່ເນື່ອງ ແລະ ບໍ່ຮັບຜິດຕໍ່ຜົນຂອງຄວາມບົກຜ່ອງໃດໆທີ່ເກີດຂື້ນ ແນວໃດກໍ່ດີບໍລິສັດຈະໃຊ້ຄວາມພະຍາຍາມຢ່າງດີທີ່ສຸດທີ່ຈະສ້າງຄວາມໝັ້ນໃຈໃນທາງທ່ຽງຕົງ, ຄວາມຖືກຕ້ອງ ແລະ ຄວາມໜ້າເຊື່ອຖືຂອງຂໍ້ມູນໂດຍທີ່ບໍລິສັດໄດ້ຮັບຂໍ້ມູນຈາກແຫຼ່ງທີ່ມີຄວາມໜ້າເຊື່ອຖື ແລະ ຢູ່ເທິງພື້ນຖານຂອງຄວາມໜ້າເຊື່ອຖືໄດ້ໃນລະດັບໜຶ່ງ. ທັ້ງນີ້, ບໍລິສັດ ຄະນະກຳມະການ, ຜູ້ຈັດການ, ຜູ້ບໍລິຫານ, ພະນັກງານ, ລູກຈ້າງ, ຕົວແທນ ຫຼື ທີ່ປຶກສາຂອງບໍລິສັດ ບໍ່ຮັບຜິດໃນເວ໊ບໄຊຕ໌ ຊຶ່ງລວມເຖິງຂໍ້ມູນ, ເນື້ອຫາ, ຜົນຂອງຄວາມຜິດຜາດ ຫຼື ການລະເວັ້ນໃດໆ ບໍ່ວ່າຈະເກີດຈາກສັນຍາ, ລະເມີດ, ປະໝາດ ຫຼື ເຫດອື່ນໃດທີ່ອາດຈະເກີດຂື້ນ ນອກຈາກນີ້, ບໍລິສັດບໍ່ຮັບຮອງໃນເລື່ອງຄວາມຖືກຕ້ອງຄົບຖ້ວນ ຂອງຂໍ້ມູນດັ່ງກ່າວດ້ວຍ

ບໍລິສັດບໍ່ຮັບຮອງວ່າ ເວ໊ບໄຊຕ໌ບໍລິສັດປາສະຈາກໂປຣແກຼມ ຫຼື ໄຟລ໌ທີ່ອາດສ້າງຄວາມເສຍຫາຍຕໍ່ລະບົບຂອງຜູ້ໃຊ້ເວ໊ບໄຊຕ໌ ຊຶ່ງລວມເຖິງໄວຣັສ, ຄວາມພິວເຕີເວິຣ໌ມ, ໂທຣຈັນຮອຣ໌ສ໌, ສະປາຍແວຣ໌ ຫຼື ໄຟລ໌ຊຶ່ງເປັນອັນຕະລາຍອື່ນໆ ແລະ ຈະບໍ່ຮັບຜິດຕໍ່ຄວາມສູນຫາຍ, ເສຍຫາຍ, ຄ່າຊົດເຊີຍທົດແທນ, ຄ່າໃຊ້ຈ່າຍ ຫຼື ຄ່າເສຍຫາຍທີ່ເກີດຈາກໂປຣແກຼມ ຫຼື ໄຟລ໌ອາດສ້າງຄວາມເສຍຫາຍດັ່ງກ່າວ. ນອກຈາກນີ້ ບໍລິສັດບໍ່ຮັບຜິດຕໍ່ຄວາມເສຍຫາຍອັນເກີດຈາກສະພາບຄວາມພ້ອມໃຊ້ງານຢ່າງຕໍ່ເນື່ອງຂອງການສື່ສານໂດຍໃຊ້ສາຍໂທລະສັບ, ການສື່ສານໄຮ້ສາຍ, ສື່ໃນການສື່ສານອື່ນໆ ແລະ ອຸປະກອນທີ່ໃຊ້ໃນການເຂົ້າເຖິງການບໍລິການເວ໊ບໄຊຕ໌ນີ້

ບໍລິສັດບໍ່ຮັບຜິດໃດໆ ຕໍ່ຜູ້ໃຊ້ເວັບໄຊຕ໌ ຫຼື ບຸກຄົນໃດໆໃນຄວາມເສຍຫາຍ ຫຼື ອັນຕະລາຍທີ່ອາດເກີດຂື້ນຈາກການໃຊ້ເວ໊ບໄຊຕ໌ ທັ້ງຈາກເຫດທີ່ຢູ່ນອກເໜືອຈາກການຄວບຄຸມ ຫຼື ຈາກເຫດປະໝາດຢ່າງລະມັດລະວັງໃນການລວບລວມຂໍ້ມູນ, ເກັບຮັກສາຂໍ້ມູນ, ການແປ, ການແກ້ໄຂ, ການຂຽນ, ການລາຍງານ ຫຼື ການນຳສົ່ງຂໍ້ມູນໃດໆ

ບໍລິສັດບໍ່ຮັບຜິດຕໍ່ຜູ້ໃຊ້ເວ໊ບໄຊຕ໌ ຫຼື ບຸກຄົນໃດໆ ຈາກການຮຽກຮ້ອງໃດໆ ບໍ່ວ່າໃນທາງສັນຍາ ເຮັດການລະເມີດ ລວມເຖິງຄວາມປະໝາດ ຫຼື ເຫດອື່ນໃດ ທີ່ເກີດຈາກເນື້ອຫາ ຫຼື ຈາກການໃຊ້ເວບໄຊຕ໌ ຫຼື ທີ່ກ່ຽງກັບການໃຊ້ເວບໄຊຕ໌ ການຕັດສິນໃຈ ຫລື ການກະທຳໃດໆທີ່ເກີດຈາກຄວາມເຊື່ອຖືໃນເນື້ອຫາດັ່ງກ່າວຂອງຜູ້ໃຊ້ເວ໊ບໄຊຕ໌ ຫຼື ໃນຄວາມເສຍຫາຍໃນຄວາມສູນເສຍ, ຄ່າຊົດເຊີຍທົດແທນ ຫຼື ຄວາມຮັບຜິດໃດໆ ລວມເຖິງການສູນເສຍຂອງຂໍ້ມູນ ຫຼື ຜົນປະໂຫຍດ ເຖິງແມ່ນວ່າບໍລິສັດຈະໄດ້ຮັບແຈ້ງວ່າອາດຈະເກີດຄວາມເສຍຫາຍດັ່ງກ່າວຂື້ນໄດ້ກໍ່ຕາມ

ຂໍ້ຍົກເວັ້ນຄວາມຮັບຜິດຂອງບໍລິສັດດັ່ງກ່າວນີ້ໃຫ້ລວມໄປເຖິງຄວາມຜິດພາດຈາກການໃຫ້ບໍລິການຂ່າວ ແລະ/ຫຼື ບົດຄວາມ, ຮັບສົ່ງຂໍ້ມູນ ຫຼື ການກະທຳການໃດໆ ຂອງບໍລິສັດ ພັນທະມິດທຸລະກິດຂອງບໍລິສັດ ຜູ້ໃຫ້ບໍລິການຮ່ວມ ຫຼື ຜູ້ໃຊ້ບໍລິການອິນເທີຣ໌ເນັດອື່ນໆ

4. ຂໍ້ສະຫຼະສິດໃນເນື້ອຫາເທິງເວ໊ບໄຊຕ໌

ຂໍ້ຄວາມ, ຮູບແຕ້ມ ຫຼື ຂໍ້ມູນຕ່າງໆ ເທິງເວບໄຊຕ໌ ບາງສ່ວນເປັນການລວບລວມຂໍ້ມູນຈາກແຫຼ່ງຕ່າງໆມາເພື່ອເປັນຂໍ້ມູນ ຄວາມຮູ້ ແລະ ຜົນປະໂຫຍດແກ່ຜູ້ໃຊ້ບໍລິການ ຊຶ່ງບໍລິສັດໄດ້ໃຊ້ຄວາມພະຍາຍາມຢ່າງເຕັມທີ່ໃນການລວບລວມຂໍ້ມູນຕ່າງໆ ໃຫ້ຖືກຕ້ອງ ແລະ ທັນສະໄໝຢູ່ສະເໝີ. ແນວໃດກໍ່ຕາມ ບໍລິສັດບໍ່ຮັບຮອງຄວາມໜ້າເຊື່ອຖື, ຄວາມຖືກຕ້ອງ ແລະ ຄວາມທັນສະໄໝຂອງຂໍ້ມູນດັ່ງກ່າວທ່ານຕົກລົງ ແລະ ຍອມຮັບວ່າ ບໍລິສັດບໍ່ມີອຳນາດໃນການເບິ່ງແຍງຄວບຄຸມຂໍ້ມູນທັງໝົດເທິງເວ໊ບໄຊຕ໌ນີ້ ເນື່ອງຈາກການໃຫ້ບໍລິການຂອງບໍລິສັດເປັນພຽງສື່ກາງໃນການໃຫ້ບໍລິການຂໍ້ມູນຂ່າວ ແລະ/ຫຼື ບົດຄວາມແກ່ຜູ້ໃຊ້ບໍລິການອິນເທີຣ໌ເນັດເທົ່ານັ້ນ

5. ຄວາມລັບ

ຂໍ້ມູນທີ່ລົງທະບຽນ ຫຼື ຂໍ້ມູນອື່ນໃດຂອງຜູ້ໃຊ້ເວ໊ບໄຊຕ໌ນີ້ຢູ່ພາຍໃຕ້ນະໂຍບາຍຄວາມລັບຂອງບໍລິສັດ

6. ການລະເມີດຂໍ້ຕົກລົງໃນການໃຊ້ເວ໊ບໄຊຕ໌

ໃນກໍລະນີທີ່ມີການລະເມີດຂໍ້ຕົກລົງນີ້ ບໍລິສັດສະຫງວນສິດທີ່ຈະໄດ້ຮັບການຢ່ຽວຢາທີ່ມີຂື້ນຕາມກົດໝາຍ ລວມເຖິງສິດທິທີ່ຈະລະງັບການເຂົ້າເຖິງເວັບໄຊຕ໌ຂອງບໍລິສັດທາງອິນເທີຣ໌ເນັດ

7. ນະໂຍບາຍລະງັບຂໍ້ຂັດແຍ້ງ

ເພື່ອເປັນການລະງັບຂໍ້ຂັດແຍ້ງຕ່າງໆ ທີ່ອາດເກີດຂື້ນຈາກການໃຫ້ບໍລິການເທິງເວບໄຊຕ໌ນີ້ຂອງບໍລິສັດ ຫາກຜູ້ໃຊ້ບໍລິການປະສົບປັນຫາ ຫຼື ໄດ້ຮັບຄວາມເສຍຫາຍຈາກຂໍ້ຄວາມ, ເນື້ອຫາ ຫຼື ບໍລິການໃດໆ ລວມເຖິງການລະເມີດສິດທິ ແລະ ສິດທິຊັບສິນທາງປັນຍາໃດໆ ທີ່ປາກົດເທິງເວບໄຊຕ໌ຂອງບໍລິສັດ ບໍລິສັດມີນະໂຍບາຍໃນການລະງັບຂໍ້ຂັດແຍ້ງຕ່າງໆດັ່ງນີ້

ຜູ້ທີ່ໄດ້ຮັບຄວາມເສຍຫາຍຕ້ອງດຳເນີນການແຈ້ງຂໍ້ຮຽກຮ້ອງ ແລະ/ຫຼື ຂໍ້ສະເໜີແນະເປັນລາຍລັກອັກສອນທີ່ຊັດເຈນແກ່ພະນັກງານຂອງບໍລິສັດ ຕາມທີ່ຢູ່ດ້ານລຸ່ມນີ້ ໂດຍລະບຸລາຍລະອຽດ ດັ່ງຕໍ່ໄປນີ້

  • ບໍລິສັດ ຊັກແຊດສມໍ ບີອິ້ງ ຈຳກັດ (ມະຫາຊົນ) 10/1-2 ຖ. ຣັດຊະດາພິເສກ ແຂວງຈະຕຸຈັກ ເຂດຈະຕຸຈັກ ກທມ. 10900
    ໂທລະສັບ : 02-5115955 ກດ 0,02-5115951, 062-292-2264
  • ໝາຍເລກໂທລະສັບ / ອີເມລ໌ ທີ່ສາມາດຕິດຕໍ່ໄດ້
  • ລາຍລະອຽດຂໍ້ຮ້ອງຮຽນ ແລະ/ຫຼື ພະຍານຫຼັກຖານກ່ຽວກັບການກະທຳຜິດກົດໝາຍ (ຖ້າມີ)
  • ຂໍ້ສະເໜີແນະ ຫຼື ຄຳແນະນຳ ຫຼື ຄຳຮ້ອງທີ່ຕ້ອງການໃຫ້ບໍລິສັດດຳເນີນການ

ພາຍຫຼັງຈາກບໍລິສັດຮັບຊາບຂໍ້ຮຽກຮ້ອງດັ່ງກ່າວແລ້ວ ບໍລິສັດຈະດຳເນີນການຕິດຕໍ່ກັບຜູ້ທີ່ກ່ຽວຂ້ອງ ແລະ ແຈ້ງໃຫ້ກຳມະການຜູ້ຈັດການ ຫຼື ຜູ້ທີ່ໄດ້ຮັບມອບໝາຍຂອງບໍລິສັດຊາບ ໂດຍຈະດຳເນີນການແກ້ໄຂປັນຫາດັ່ງກ່າວ ພາຍໃນ 15 ວັນ ນັບຕັ້ງແຕ່ວັນທີ່ທ່ານແຈ້ງໃຫ້ບໍລິສັດຊາບເປັນລາຍລັກອັກສອນ ໂດຍມີເນື້ອຫາຕາມທີ່ບໍລິສັດລະບຸໄວ້ເບື້ອງຕົ້ນ ໃນລະຫວ່າງການດຳເນີນການດັ່ງກ່າວ ທ່ານຕົກລົງທີ່ຈະບໍ່ດຳເນີນຄະດີ ຫຼື ທ່ານສະຫຼະສິດໃນການດຳເນີນຄະດີບໍ່ວ່າໃນທາງແພ່ງ ແລະ/ຫຼື ທາງອາຍາກັບບໍລະສັດ ເນື່ອງຈາກບໍລິສັດຈຳເປັນຕ້ອງໃຊ້ເວລາໃນການກວດສອບ ແລະ ສອບສວນຂໍ້ເທັດຈິງເພີ່ມເຕີມ

8. ການຊົດເຊີຍຄ່າເສຍຫາຍ

ທ່ານຕົກລົງ ແລະ ຍອມຮັບວ່າ ທ່ານຈະໃຫ້ຄວາມຮ່ວມມືກັບບໍລິສັດໃນການດຳເນີນການຕ່າງໆ ເພື່ອແກ້ໄຂ ແລະ ຢຸດຕິປັນຫາທີ່ເກີດຈາກການຜິດສັນຍາ, ການລະເມີດ ຫຼື ປັນຫາຂໍ້ກົດໝາຍອື່ນໆ ກັບບໍລິສັດຢ່າງເຕັມທີ່ ລວມທັ້ງຕົກລົງ ແລະ ປົກປ້ອງບໍ່ໃຫ້ບໍລິສັດ, ກຳມະການ, ຜູ້ບໍລິຫານ ຫຼື ພະນັກງານຂອງບໍລິສັດ ຫຼື ບໍລິສັດໃນເຄືອຖືກຟ້ອງຮ້ອງ ຫຼື ຮຽກຮ້ອງຄ່າເສຍຫາຍຈາກບຸກຄົນພາຍນອກ ຫາກທ່ານກະທຳຜິດຂໍ້ກຳໜົດ ແລະ ເງື່ອນໄຂໃດໆໃນເວ໊ບໄຊຕ໌ ທ່ານຈະຊົດເຊີຍຄ່າເສຍຫາຍໃຫ້ແກ່ບໍລິສັດຕາມທີ່ກົດໝາຍກຳນົດ

9. ການແກ້ໄຂເພີ່ມເຕີມ

ບໍລິສັດຂໍສະຫງວນໄວ້ເຊິ່ງສິດທິໃນການແກ້ໄຂ, ປ່ຽນແປງ, ເພີ່ມເຕີມ, ຕັດທອນ, ບັນດາຂໍ້ກຳນົດ ແລະ ເງື່ອນໄຂໃດໆ ໃນການໃຊ້ເວ໊ບໄຊຕ໌ນີ້ບໍ່ວ່າເວລາໃດໆ ໂດຍອາດຈະບອກກ່າວ ຫຼື ບໍ່ຕ້ອງບອກກ່າວແກ່ຜູ້ໃຊ້ເວ໊ບໄຊຕ໌ ແລະ ບໍລິສັດບໍ່ມີຄວາມຮັບຜິດຕໍ່ຜູ້ໃຊ້ເວ໊ບໄຊຕ໌ ຫຼື ຕໍ່ບຸກຄົນໃດໆ ຫາກຜູ້ໃຊ້ເວ໊ບໄຊຕ໌ຍັງຄົງໃຊ້ເວ໊ບໄຊຕ໌ນີ້ຕໍ່ໄປ ເມື່ອມີຄວາມປ່ຽນແປງໃດໆ ຍ່ອມຖືວ່າ ຜູ້ໃຊ້ເວ໊ບໄຊຕ໌ໄດ້ຍອມຮັບຄວາມປ່ຽນແປງດັ່ງກ່າວແລ້ວ

10. ກົດໝາຍທີ່ບັງຄັບໃຊ້

ຫາກເກີດຂໍ້ຂັດແຍ້ງໃດໆ ທີ່ເກີດຈາກການໃຫ້ບໍລິການຂອງບໍລິສັດ ອັນເນື່ອງມາຈາກເວັບໄຊຕ໌ນີ້ ທ່ານ ແລະ ບໍລິສັດຕົກລົງໃຊ້ກົດໝາຍໄທໃນການລະງັບຂໍ້ຂັດແຍ້ງ ແລະ ບໍ່ຢູ່ພາຍໃຕ້ການຂັດກັນແຫ່ງກົດໝາຍ

ການໃຊ້ບໍລິການເວ໊ບໄຊຕ໌ນີ້ຂອງທ່ານ ຖືເປັນການຕົກລົງ ແລະ ຍອມຮັບຂໍ້ກຳນົດ ແລະ ເງື່ອນໄຂຂອງເວ໊ບໄຊຕ໌ສະບັບນີ້ ແລະ ການທີ່ທ່ານໃຊ້ບໍລິການພາຍຫຼັງຈາກການມີການແກ້ໄຂ, ເພີ່ມເຕີມຂໍ້ກຳນົດ ແລະ ເງື່ອນໄຂຂອງເວັບໄຊຕ໌ສະບັບນີ້ຂອງບໍລິສັດ ໃນອານາຄົດຍ່ອມຖືວ່າທ່ານຍອມຮັບຂໍ້ກຳນົດ ແລະ ເງື່ອນໄຂຂອງເວ໊ບໄຊຕ໌ຂອງບໍລິສັດທີ່ໄດ້ມີການແກ້ໄຂ ເພີ່ມເຕີມ ດັ່ງກ່າວ