ບໍລິສັດ ຊັກແຊດສມໍ ບີອິ້ງ ຈຳກັດ ("ບໍລິສັດ") ຫຼື ("SCM") ກໍ່ຕັ້ງຂື້ນເມື່ອວັນທີ 08 ພະຈິກ 2012 ໂດຍທ່ານ ສິດທະວີ ກຽດຊະວະນັນ ແລະ ທ່ານ ນົບພະກິດ ນິທິເລີດວິຈິດ ເພທ່ອດຳເນີນທຸລະກິດຈຳໜ່າຍສິນຄ້າໃນກຸ່ມຜະລິດຕະພັນອຸປະໂພກ-ບໍລິໂພກທັງພາຍໃນປະເທດ ແລະ ຕ່າງປະເທດໃນລັກຊະນະເຄື່ອຂ່າຍຂາຍຕົງ (Multi-leveel Marketing ຫຼື "MLM"
ບໍລິສັດຯ ໄດ້ແປສະພາບເປັນບໍລິສັດມະຫາຊົນ ເມື່ອວັນທີ 06 ມີນາ 2020 ໂດຍບໍລິສັດຯ ມີທຶນຈົດທະບຽນ 300 ລ້ານບາດ ບໍລິສັດຯ ມີບໍລິສັດຍ່ອຍທັງໝົດ 3 ບໍລິສັດ ຄື: ບໍລິສັດ ຊັກແຊດສມໍ ບີອິ້ງ ແລ໊ບບໍຣາທໍຣີ່ ຈຳກັດ ຈຳກັດ ("SML") ບໍລິສັດ ຊັກແຊດ ສະປິຣິດ ຈຳກັດ ("SPT") ແລະ ບໍລິສັດ SCM Spirit (Myanmar) Co., Ltd. ("SPM")
ເຮົາມຸ່ງໝັ້ນທີ່ຈະເປັນຜູ້ສ້າງແຮງບັນດານໃຈ ຫຼໍ່ຫຼອມຈິດວິນຍານ ພັດທະນາ ແລະ ປ່ຽນແປງຊີວິດຜູ້ຄົນຢ່າງເຕັມຄວາມສາມາດພາຍໃຕ້ປັດຊະຍາ Inspiration for your Being "ແຮງບັນດານໃຈປ່ຽນຊີວິດທ່ານ" ໂດຍສະເໜີໂອກາດພ້ອມດ້ວຍຜະລິດຕະພັນຄຸນນະພາບທີ່ຜ່ານການຄັດສັນຈາກແພດ ຜູ້ຊ່ຽວຊານ ແລະ ລະບົບພັດທະນາສັກກະຍະພາບມະນຸດທີ່ມີປະສິດທິພາບ ເພື່ອໃຫ້ທ່ານເຂົ້າເຖິງສັກກະຍະພາບສູງສຸດຂອງຕົນເອງ ເພາະເຮົາເຊື່ອວ່າທຸກການປ່ຽນແປງຈະນຳໄປສູ່ຄວາມສຳເລັດທັງການຍົກລະດັບຖານະການເງິນ, ຄວາມສຸກ ແລະ ບັນລຸຈຸດມຸ່ງໝາຍແຫ່ງຊີວິດ ເພື່ອແບ່ງປັນຊີວິດທີ່ມີຄຸນຄ່າ ສູ່ສັງຄົມຢ່າງຢັ້ງຢືນ
ບໍລິສັດຯ ຈະດຳເນີນທຸລະກິດດ້ວຍຄວາມຊື່ສັດ, ຈິງໃຈ, ຢຸດຕິທຳ ແລະ ຈະຣິຍະທຳສູງສຸດ ພາຍໃຕ້ຫຼັກ "ທຳມາພິບານ"
ບໍລິສັດຯ ຈະນຳສະເໜີຜະລິດຕະພັນທີ່ມີຄຸນນະພາບສູງ ຕາມມາດຕະຖານນະວັດຕະກຳຜະລິດຕະພັນແຫ່ງຍຸກ
ບໍລິສັດຯ ຈະດຳເນີນທຸລະກິດໂດຍຍຶດຖືເອົາຄວາມສຳເລັດ ຢ່າງເຕັມສັກກະຍະພາບສູງສຸດຂອງນັກທຸລະກິດ ຊັກແຊດສມໍເປັນ
ບໍລິສັດຯ ຈະສົ່ງເສີມໃຫ້ເກີດການຮຽນຮູ້, ການໃຫ້ກຽດ, ການແບ່ງປັນ ແລະ ການຮຽນຮູ້ໃນຄຸນຄ່າຂອງຜູ້ຄົນ
ບໍລິສັດຯ ຈະສ້າງສັງຄົມທີ່ໜ້າຢູ່ຂອງຄົນດີ, ຄົນເກັ່ງ ແລະ ຄົນສຳເລັດ ເພື່ອເປັນແບບຢ່າງທີ່ດີຂອງສັງຄົມໄທຍ
ເຄືອຂ່າຍແຫ່ງການສ້າງຄວາມສຳເລັດ, ຄວາມສຸກ ແລະ ການບັນລຸຈຸດມຸ່ງໝາຍແຫ່ງຕົນ
ການເປັນແຮງບັນດານໃຈ ແລະ ໂອກາດແຫ່ງການປ່ຽນແປງຊີວິດຂອງຜູ້ຄົນ
ເຮົາເປັນບໍລິສັດຯ ທີ່ຈະຢູ່ຮ່ວມກັນໂດຍໃຫ້ຄວາມສຳຄັນກັບຄ່ານິຍົມ 5 ປະການ ດັ່ງນີ້